161305554
SBS Lao - SBS ພາ​ສາ​ລາວ

Advertise on podcast: SBS Lao - SBS ພາ​ສາ​ລາວ

Rating
★★★★☆
3.9
from
9 reviews
This podcast has
773 episodes
Language
English
Publisher
SBS
Explicit
No
Date created
2006/06/22
Latest episode
2026/11/13
Average duration
10 min.
Release period
4 days

Description

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Unlock SBS Lao - SBS ພາ​ສາ​ລາວ podcast Email contact info,
Listeners & Audience details

Email contact information

Direct podcast contact details

Listeners

Audience numbers & engagement insights

Audience details

Podcast Insights

Social media

Check SBS Lao - SBS ພາ​ສາ​ລາວ social media presence


Podcast episodes

Check latest episodes from SBS Lao - SBS ພາ​ສາ​ລາວ podcast


ສລຸບຂ່າວປະຈຳອາທິດ 13 ພິຈິກ 2026
2026/11/13
ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 ຫົວຂໍ້ຂ່າວປະຈຳອາທິດນີ້ ມີດັ່ງຕໍ່ໄປນີ້: ** ຜູ້ອໍານວຍການ Nvidia Jensen Huang ລາອອກ ຫຼັງຈາກມີຄວາມສໍາພັນລັບ ກັບຜູ້ຖືກສົງສັຍວ່າເປັນສາຍລັບຈີນ... ** ເດັກຊາຍວັຍລຸ້ນຄົນຫນຶ່ງ ຖືກພົບຢ່າງປອດພັຍ ຫຼັງຈາກຫາຍໄປ 6 ມື້ໃນປ່າ Victoria. ** ແລະໃນກິລາ, ເກມເຕະບານຂອງ Socceroos ກັບ Jordan ໄດ້ຍ້າຍໄປທີ່ Doha ເນື່ອງຈາກການກັງວົນດ້ານຄວາມປອດພັຍ. #sbsaudiopodcast
ຜົນການເລືອກຕັ້ງໃນ New Zealand.
2026/11/12
ການເລືອກຕັ້ງຂອງ New Zealand ບໍ່ສາມາດບົ່ງບອກຜູ້ໄດ້ໄຊຊນະທີ່ຊັດເຈນໄດ້. ພັກ National Party ຂອງນາຍົກຣັດຖະມົນຕີ Christopher Luxon ໄດ້ຮັບທີ່ນັ່ງຫຼາຍທີ່ສຸດ, ແຕ່ຜູ້ນໍາພັກ Labour, Chris Hipkins ປະຕິເສດທີ່ຈະຍອມຮັບຄວາມພ່າຍແພ້. ຊາວ New Zealand ຫຼາຍລ້ານຄົນ ໄດ້ລົງຄະແນນສຽງເລືອກຕັ້ງ, ຮວມເຖິງຫຼາຍພັນຄົນ ທີ່ອາສັຍຢູ່ຕ່າງປະເທດ, ຫຼາຍຄົນໃນອອສເຕຣເລັຍ.... ແລະບໍ່ວ່າພັກໃດກໍຕາມທີ່ຊນະອໍານາດ ແລະຈັດຕັ້ງຣັດຖະບານ - ຄວາມກົດດັນດ້ານຄ່າຄອງຊີບ ຈະເປັນປັນຫາຫຼັກໃນວາຣະຕໍ່ໄປ.
ອັດຕາການວ່າງງານໃນ ອອສເຕຣເລັຍ.
2026/11/12
ອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງຂອງປະເທດ ກໍາລັງຫຼຸດຈໍານວນພະນັກງານລົງ. ຜູ້ຊ່ຽວຊານໄດ້ຕັ້ງຄຳຖາມວ່າ AI ໄດ້ປ່ຽນແປງສະພາບວຽກງານບໍ່, ຫຼືການປ່ຽນແປງພຶດຕິກັມຜູ້ບໍຣິໂພກ ກໍາລັງເຮັດໃຫ້ມີຕໍາແຫນ່ງຫຼາຍຮ້ອຍຕໍາແຫນ່ງ ຕົກຢູ່ໃນຄວາມສ່ຽງ?
ການລົງມະຕິຖອດຖອນ Pete Hegseth.
2026/11/12
Donald Trump ກໍາລັງປ້ອງກັນຣັດຖະມົນຕີການປ້ອງກັນປະເທດຂອງລາວ Pete Hegseth, ໃນຂນະທີ່ສະມາຊິກສະພານິຕິບັນຍັດພັກ Republican ກຳລັງບັງຄັບໃຫ້ມີການລົງມະຕິຖອດຖອນ Pete Hegseth. Thomas Massie ກ່າວຫາ Hegseth ວ່າໄດ້ກະທໍາສົງຄາມກັບ Iran ຢ່າງຜິດກົດຫມາຍ ໂດຍບໍ່ໄດ້ຮັບອະນຸມັດຈາກສະພາ Congress ແລະຖືກກ່າວຫາວ່າ ໄດ້ໃຊ້ອໍານາດໃນທາງທີ່ຜິດ. ແຕ່ Hegseth ມີການສນັບສນູນ ຈາກພັກ Republican ຫຼາຍພໍ ທີ່ຈະ ຊນະຄໍາສັ່ງຖອດຖອນຕໍາແຫນ່ງຫຼືບໍ່? #sbsaudiopodcast
ສລຸບຂ່າວປະຈຳອາທິດ 5 ພິຈິກ 2026
2026/11/06
ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ....... ໄຊຊນະທີ່ຍິ່ງໃຫຍ່ ສໍາລັບພັກ Democrats ໃນການເລືອກຕັ້ງກາງວາຣະຂອງສະຫະຣັດ. ...... ມີຜູ້ເສັຍຊີວິດ ຢ່າງນ້ອຍ 40 ຄົນ ຫຼັງຈາກການໂຈມຕີຂອງຣັສເຊຍ ຕໍ່ຈຸດແຈກຈ່າຍຄວາມຊ່ວຍເຫຼືອໃນ Ukraine. ແລະໃນຂ່າວກິລາ, ນັກເທນນິສໃນຕຳນານ Rafael Nadal ກັບຄືນມາສູ່ເດີ່ນອີກເທື່ອໜຶ່ງ.
ຂ່າວການຈະຣາຈົນໃນປະເທດ Germany.
2026/11/05
ການປະທ້ວງໃນ Germany ທີ່ຈັດຂຶ້ນໂດຍເຍົາວະຊົນ ແລະການເຄື່ອນໄຫວທີ່ເອີ້ນວ່າ Gen Z Takes Charge ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນຫຼາຍເມືອງ. ທາງການ German ກໍາລັງເຕືອນວ່າ ຈະມີການລົງໂທດຢ່າງຮຸນແຮງສຳລັບຜູ້ຮັບຜິດຊອບ ຕໍ່ການຈະຣາຈົນຄັ້ງນີ້. ຄວາມບໍ່ສງົບ ເກີດຂຶ້ນທ່າມກາງຄວາມບໍ່ພໍໃຈທີ່ເພີ່ມຂຶ້ນ ກ່ຽວກັບຄ່າຄອງຊີບ, ການສຶກສາ ແລະບໍຣິການສາທາຣະນະ. ໃນຂນະດຽວກັນ ທາງການ German ຍັງໄດ້ເພີ່ມຄວາມເຂັ້ມງວດ ໃນການຄວບຄຸມຊາຍແດນ ເນື່ອງຈາກມີຄວາມກັງວົນວ່າ ກຸ່ມຫົວຮຸນແຮງຈາກຕ່າງປະເທດອາດຈະໃຊ້ປໂຍດຈາກການປະທ້ວງດັ່ງກ່າວ.
How people shape change, and why your voice matters | How Australia Works - ຜູ້ຄົນສາມາດປ່ຽນແປງຫຍັງໄດ້ແດ່? ແລະສຽງຂອງທ່ານມີຄວາມສຳຄັນຢ່າງໃດ?
2026/10/26
Can a small group change a local council decision? When Julie learns her community library may close, she joins other residents in a campaign to save it. Her story explores how you can take part in Australian democracy by signing petitions, attending community meetings, contacting councillors and voting. - ກຸ່ມນ້ອຍໆ ກໍສາມາດປ່ຽນແປງການຕັດສິນ ຂອງສະພາທ້ອງຖິ່ນໄດ້ຫຼືບໍ່? ເມື່ອ Julie ຮູ້ວ່າຫ້ອງສມຸດຊຸມຊົນຂອງນາງອາດຈະຖືກປິດ, ນາງຈຶ່ງຮ່ວມກັບຜູ້ອາສັຍອື່ນໆ ໃນການຣົນນະຣົງເພື່ອຮັກສາມັນ. ເລື່ອງຂອງນາງໄດ້ເຮັດໃຫ້ເຫັນເຖິງ ວິທີທີ່ທ່ານສາມາດມີສ່ວນຮ່ວມ ໃນປະຊາທິປະໄຕອອສເຕຣເລັຍ ໂດຍການລົງຊື່ໃນຄໍາຮ້ອງ, ເຂົ້າຮ່ວມປະຊຸມຊຸມຊົນ, ຕິດຕໍ່ສະພາເມືອງ ແລະລົງຄະແນນສຽງ. How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນ podcast ຂອງ SBS ທີ່ໃຊ້ເລື່ອງຈິງ ແລະການອະທິບາຍທີ່ຊັດເຈນ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ວ່າຣັດຖະບານໃນອອສເຕຣເລຍເຮັດວຽກແນວໃດ, ກົດຫມາຍຖືກສ້າງ ແລະປ່ຽນແປງແນວໃດ, ແລະທ່ານສາມາດມີສ່ວນຮ່ວມໄດ້ແນວໃດ. ຟັງເລື້ອງເຫຼົ່ານີ້ ແລະຄົ້ນຫາສະບັບສັ້ນໃນ 60 ພາສາໃນຫນ້າຫຼັກຂອງ How Australia Works main page.
How laws change, and why it takes time | How Australia Works - How laws change, and why it takes time | How Australia Works
2026/10/19
How do laws change in Australia? Through Rodney Croome’s campaigns for human rights and marriage equality, learn how personal stories, community action, courts and parliament can help change the law, and why the process can take time. - ກົດຫມາຍໃນ ປ່ຽນແປງແນວໃດ? ຜ່ານການຮ່ວມມືຂອງ Rodney Croome ສໍາລັບສິດທິມະນຸດ ແລະຄວາມເທົ່າທຽມໃນການແຕ່ງງານ, ຮຽນຮູ້ວ່າເລື່ອງລາວສ່ວນຕົວ, ການເຄື່ອນໄຫວຂອງຊຸມຊົນ, ສານ ແລະຣັດຖະສະພາ ສາມາດຊ່ວຍປ່ຽນແປງກົດຫມາຍໄດ້ແນວໃດ ແລະເປັນຫຍັງ ກະບວນການນີ້ອາດຈະໃຊ້ເວລາ. How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນ podcast ຂອງ SBS ທີ່ໃຊ້ເລື່ອງຈິງ ແລະການອະທິບາຍທີ່ຊັດເຈນ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ວ່າຣັດຖະບານໃນອອສເຕຣເລຍເຮັດວຽກແນວໃດ, ກົດຫມາຍຖືກສ້າງ ແລະປ່ຽນແປງແນວໃດ, ແລະທ່ານສາມາດມີສ່ວນຮ່ວມໄດ້ແນວໃດ. ຟັງເລື້ອງເຫຼົ່ານີ້ ແລະຄົ້ນຫາສະບັບສັ້ນໃນ 60 ພາສາໃນຫນ້າຫຼັກຂອງ How Australia Works main page.
Why power is split, and how that protects you | How Australia Works - Why power is split, and how that protects you | How Australia Works
2026/10/09
After receiving a fine for not wearing his motorbike helmet correctly, Hugo decides to have the matter heard in court. His story explains how Parliament, government and the courts have different roles, and how some official decisions can be questioned. - ຫຼັງຈາກຖືກປັບໃໝ ເນື່ອງຈາກບໍ່ໃສ່ຫມວກຕອນຂີ່ຣົດຈັກຢ່າງຖືກຕ້ອງ, Hugo ຕັດສິນໃຈຈະນໍາເລື່ອງນີ້ໄປໃຫ້ສານພິຈາະນາ. ເລື່ອງຂອງລາວ ຊ່ວຍອະທິບາຍວ່າຣັດຖະສະພາ, ຣັດຖະບານ ແລະສານມີບົດບາດທີ່ແຕກຕ່າງກັນ, ແລະການຕັດສິນບາງຢ່າງ ເປັນທາງການສາມາດຖືກຕັ້ງຄໍາຖາມໄດ້. How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນ podcast ຂອງ SBS ທີ່ໃຊ້ເລື່ອງໃນຊີວິດຈິງ ແລະການອະທິບາຍທີ່ຊັດເຈນ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈວ່າ ຣັດຖະບານໃນອອສເຕຣເລັຍເຮັດວຽກແນວໃດ. ວ່າກົດຫມາຍໄດ້ຖືກສ້າງ ແລະປ່ຽນແປງແນວໃດ ແລະວິທີ ທີ່ທ່ານສາມາດມີສ່ວນຮ່ວມ ໃນການສະແດງຄວາມຄິດເຫັນ. ຟັງຊຸດນີ້ ແລະຄົ້ນຫາ versions ສັ້ນໃນ 60 ພາສາໄດ້ທີ່ຫນ້າຫຼັກ How Australia Works main page.
ການປາບປາມຢາສູບຜິດກົດໝາຍໃນ ອອສເຕຣເລັຍ.
2026/10/08
ຜົນກະທົບຂອງການປາບປາມຢ່າງເຂັ້ມງວດ ຂອງ Queensland ຕໍ່ການຄ້າຢາສູບຜິດກົດຫມາຍ ໄດ້ກາຍເປັນສາເຫດ ຂອງການຖົກຖຽງທາງການເມືອງອີກຄັ້ງ ກ່ຽວກັບການຮຽກຮ້ອງ ໃຫ້ຫຼຸດພາສີຂອງຣັດຖະບານກາງ ໃນການຂາຍຢາສູບ. ຣັດຖະບານ New South Wales ກ່າວວ່າ ໄດ້ປິດຮ້ານຂາຍຢາສູບເກືອບ 500 ຮ້ານແລ້ວ, ແຕ່ແທນທີ່ຈະໃຊ້ຊັບພະຍາກອນຕໍາຫຼວດ, ພວກເຂົາກັບຕ້ອງການໃຫ້ຫຼຸດພາສີຢາສູບ ຂອງຣັດຖະບານກາງ. ມັນອ້າງວ່າ ພາສີສິນຄ້າຢາສູບສູງຫຼາຍ ຈົນຊຸກຍູ້ໃຫ້ຜູ້ຄົນປ່ຽນໄປຫາຢາສູບຜິດກົດຫມາຍ.
Foetal Alcohol Spectrum Disorder ແມ່ນຫຍັງ?
2026/10/08
ໂຣກສະເປັກຕຣັມເຫຼົ້າ ໃນເດັກໃນທ້ອງແມ່ (Foetal Alcohol Spectrum Disorder) ແມ່ນຄວາມພິການຕລອດຊີວິດ ທີ່ເກີດຈາກການສໍາຜັດເຫຼົ້າກ່ອນຄອດ, ແຕ່ເນື່ອງຈາກຜົນກະທົບຂອງມັນ ມັກຈະຖືກປິດບັງ, ມັນອາດຈະບໍ່ຖືກຮັບຮູ້ໄດ້ເວລາຫຼາຍປີ. ຄໍາແນະນໍາດ້ານສຸຂະພາບ ຂອງອອສເຕຣເລັຍ ແນະນໍາບໍ່ໃຫ້ດື່ມເຫຼົ້າ ໃນຊ່ວງຖືພາ ຫຼືໃນຂນະທີ່ວາງແຜນຖືພາ, ແຕ່ການເຮັດໃຫ້ຄົນຮູ້ສຶກພ້ອມທີ່ຈະເປີດເຜີຍການໃຊ້ເຫຼົ້າ ແລະຂໍຄວາມຊ່ວຍເຫຼືອ ກໍເປັນສ່ວນສໍາຄັນຂອງການປ້ອງກັນ ແລະສນັບສນູນເຊັ່ນກັນ.
ສລຸບຂ່າວປະຈຳອາທິດ 081026
2026/10/08
ສລຸບຂ່າວ ປະຈຳອາທິດ ວັນທີ 8 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ການລະລຶກທົ່ວໂລກກໍາລັງເກີດຂຶ້ນ ເພື່ອສເລີມສລອງ ວັນທີ 7 ຕຸລາ ** The Coalition ປະກາດການຫຼຸດການຍ້າຍຖິ່ນຖານ, ແຕ່ຜູ້ຊ່ຽວຊານເຕືອນເຖິງຜົນກະທົບທາງເສດຖະກິດ... ແລະໃນ ຂ່າວກິລາ... ** ຕໍານານບານເຕະ Lionel Messi ລົງເຕະນັດສຸດທ້າຍ ໃຫ້ Argentina.
ການທຸບມ້າງອາຄານທີ່ຢູ່ອາສັຍສາທາຣະນະໃນ Melbourne.
2026/10/08
ການຕໍ່ສູ້ທາງກົດຫມາຍກ່ຽວກັບແຜນການຂອງຣັດຖະບານ Victorianໃນການທຸບມ້າງອາຄານທີ່ຢູ່ອາສັຍສາທາຣະນະຈໍານວນຫຼາຍ ກໍາລັງໄປສູ່ສະພາສູງ. ຜູ້ອາສັຍກໍາລັງຕັ້ງຄຳຖາມ ກ່ຽວກັບການຕັດສິນໃຈນີ້, ເນື່ອງຈາກການພັດທະນາໃຫມ່ ກໍປະເຊີນກັບການກວດສອບໂດຍສະຫະປະຊາຊາດ. ການຕໍ່ສູ້ນີ້ໄດ້ໄປເຖິງສະຫະປະຊາຊາດ ແລະ ສານສູງຂອງ ອອສເຕຣເລັຍ (the High Court) ແຕ່ຣັດຖະບານ Victorian ຍັງບໍ່ປ່ຽນທ່າທີ່ ແລະຍັງຈະດຳເນີນຕໍ່ໄປ.
ຜົນກະທົບຂອງນະໂຍບາຍຍ້າຍຖິ່ນຖານໃໝ່
2026/10/01
ຣັດຖະບານກາງກ່າວວ່າ ການປະຕິຮູບກົດຫມາຍການຍ້າຍຖິ່ນຖານ ທີ່ລໍຖ້າມາດົນຂອງພັກ Labor ແມ່ນຖືກອອກແບບ ເພື່ອຫຼຸດຈໍານວນຜູ້ຍ້າຍຖິ່ນຖານສຸດທິ, ບັນເທົາຄວາມກົດດັນຕໍ່ທີ່ຢູ່ອາສັຍ ແລະປິດສິ່ງທີ່ພວກເຂົາເອີ້ນວ່າ ເປັນປ່ອງຮົ່ວໃນລະບົບວີຊ່າ..... ແຕ່ມັນຈະເປັນຢ່າງໃດສໍາລັບກະສິກອນ, ນັກສຶກສາຕ່າງຊາດ ແລະ ແຮງງານຂ້າມຊາດ?
ການຈັບກຸມຊາວອອສເຕຣເລັຍ ຂໍ້ຫາກໍ່ການຮ້າຍ
2026/10/01
ຕໍາຫຼວດຫວຽດນາມໄດ້ຈັບກຸມຜູ້ຕ້ອງຫາ 3 ຄົນ ລວມທັງຊາວອອສເຕຣເລັຍ ໂດຍກ່າວຫາທຸກຄົນວ່າ ເປັນຜູ້ກໍ່ການຮ້າຍ. ກຸ່ມສິດທິມະນຸດ ແລະຄອບຄົວໃກ້ຊິດຂອງນັກເຄື່ອນໄຫວຊາວອອສເຕຣເລັຍ , Hiep Tran, ກ່າວວ່າລາວຖືກລັກພາໂຕ. ພວກເຂົາເອີ້ນມັນວ່າ ເປັນການປາບປາມຂ້າມຊາດ.

Podcast reviews

Read SBS Lao - SBS ພາ​ສາ​ລາວ podcast reviews


3.9 out of 5
9 reviews

Podcast sponsorship advertising

Start advertising on SBS Lao - SBS ພາ​ສາ​ລາວ relevant audience podcasts


What do you want to promote?